ກອງປະຊຸມເຈົ້າໜ້າທີ່ອາວຸໂສການທ່ອງທ່ຽວ 5 ນະຄອນບັນດາປະເທດລຸ່ມແມ່ນໍ້າຂອງຄັ້ງທີ 5
ວັນທີ 23 ສິງຫາ 2019 ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ.ນວ) ຮ່ວມກັບອົງການປົກຄອງເມືອງໄຊທານີ ຈັດຄາຣາວານລົດທ່ອງທ່ຽວສູ່ແຫຼ່ງທ່ອງທ່ຽວທຳມະຊາດ ນ້ຳຕົກຕາດພູເຂົາຄວາຍ ກຸ່ມບ້ານຊ້າງ ໂດຍມີທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ.ນວ ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມດ້ວຍພາກສ່ວນຕ່າງໆເຂົ້າຮ່ວມເກືອບ 600 ຄົນ ລົດ 100 ກວ່າຄັນ.
ອ່ານເພີ່ມເຕີມ: ນະຄອນຫຼວງວຽງຈັນ ຈັດຄາຣາວານສົ່ງເສີມການທ່ອງທ່ຽວ
ພິທີ ມອບ-ຮັບ ໜ້າທີ່ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ຜູ້ເກົ່າ ທ່ານ ຄຳປະດິດ ເຂັມມານິດ ແລະ ທ່ານ ນ. ວິໄລວອນ ຈັນທະລາຕີ ຈັດຂຶ້ນໃນວັນທີ 14 ສິງຫາ 2019 ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ. ມີທ່ານ ສີຫຸນ ສິດທິລືໄຊ ຮອງເລຂາຄະນະພັກ, ຮອງເຈົ້າຄອງ ນະຄອນຫລວງວຽງຈັນ ຫົວໜ້າ ຮອງຫົວໜ້າພະແນກ ຫົວໜ້າຂະແໜງ ກອງວິຊາການ ຫ້ອງການ ຖວທ ເມືອງ ແຂກຖືກເຊີນ ແລະ ພະນັກງານເຂົ້າຮ່ວມ.
ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ (ຖວທ.ນວ) ຮ່ວມກັບຫ້ອງການ ຖວທ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ສີໂຄດຕະບອງ ແລະ ສະຫະພັນກິລາຖີບລົດ ນວ ຈັດຂະບວນລົດຖີບສູ່ບ້ານອ່າງໃຫຍ່ ເພື່ອເຂົ້າຮ່ວມພິທີປ່ອຍປາບຶກປະຈໍາປີ 2019 ຢູ່ວັດໂພນສະຫວ່າງ, ເມືອງ ສີໂຄດຕະບອງ ເພື່ອສົ່ງເສີມການທ່ອງທ່ຽວ ຕິດພັນກັບການຮັກສາສັດນໍ້າ ໂດຍສະເພາະປາບຶກໃຫ້ມີຄວາມຍືນຍົງ.
ພິທີເປີດງານບຸນໄຂປະຕູເລົ້າ ຫລື ປີໃໝ່ຜູ້ໄທ ຢູ່ທີ່ສວນຜູ້ໄທທິລະ ຖະໜົນ 450 ປີ ບ້ານໜອງແປນເໜືອ, ເມືອງ ໄຊທານີ, ນະຄອນຫລວງວຽງຈັນ ງານດັ່ງກ່າວຈະຈັດຂຶ້ນລະຫວ່າງວັນທີ 10-14 ກຸມພາ 2019. ຂໍເຊີນທຸກທ່ານມາທ່ຽວຊົມເດີ້ ^=^
ມີ 36 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 16 |
![]() | ມື້ວານນີ້ | 185 |
![]() | ອາທິດນີ້ | 703 |
![]() | ເອືອນນີ້ | 931 |
![]() | ທັງໝົດ | 138895 |